ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດຮັບຮອງເອົາຄະນະບໍລິຫານງານພັກ ກອງພັນໃຫຍ່ລົດຕັງ-ຍານເກາະ 661 ສະໄໝທີ II

ສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ກຳມະການຄະນະພັກກະຊວງປ້ອງກັນປະເທດ
ຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ ເປັນປະທານ ໃນວັນທີ 13/3/2024 ຢູ່ທີ່ກອງພັນໃຫຍ່ລົດຕັງ-ຍານເກາະ 661

     ພິທີປະກາດຮັບຮອງເອົາຄະນະບໍລິຫານງານພັກກອງພັນໃຫຍ່ລົດຕັງ-ຍານເກາະ 661 ສະໄໝທີ II ໄດ້ຈັດຂຶ້ນໃນ ວັນທີ 12 ມີນາ 2024
ນີ້, ໂດຍເປັນປະທານຂອງ ສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຫົວໜ້າກົມຈັດຕັ້ງ
ພັກ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ, ສະມາຊິກພັກທົ່ວກອງພັນໃຫຍ່ 661 ເຂົ້າຮ່ວມ.

      ສະຫາຍ ພັນໂທ ສອນທະນູ ແສງບົວລົມ ຮອງພະແນກສະຖິຕິ ກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານມະຕິຕົກລົງຂອງຄະ
ນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການຮັບຮອງເອົາຄະນະບໍລິຫານງານພັກ ກອງພັນໃຫຍ່ລົດຕັງ-ຍານເກາະ 661 ສະໄໝທີ II ປະກອບ
ມີ 9 ສະຫາຍຄື: ສະຫາຍ ພັນເອກ ຄໍາປານ ແພງພັນ, ສະຫາຍ ພັນເອກ ບຸນປອນ ລົມພະຈັນ, ສະຫາຍ ພັນໂທ ບຸນທະວີ ລ້ວນບຸດສະດີ, ສະ
ຫາຍ ພັນໂທ ສົມຊາຍ ຈັນທິຍາວົງ, ສະຫາຍ ພັນໂທ ວຽງແກ້ວ ວົງວຽງຄໍາ, ສະຫາຍ ພັນໂທ ສູນທະລາ ໄຊຍະຈັກ, ສະຫາຍ ພັນໂທ ແທ່ນຄໍາ
ພະສາຫວັດ, ສະຫາຍ ພັນໂທ ທອງໃບ ຈັນທິຍາວົງ ແລະ ສະຫາຍ ພັນໂທ ມານາທິມ ຄໍານິໂພນ. ພ້ອມນັ້ນຍັງໄດ້ຮັບຮອງເອົາກຳມະການຄະນະ
ປະຈຳພັກກອງພັນໃຫຍ່ລົດຕັງ-ຍານເກາະ 661 ສະໄໝທີ II ຈຳນວນ 3 ສະຫາຍ ຄື: ສະຫາຍ ພັນເອກ ຄໍາປານ ແພງພັນ, ສະຫາຍ ພັນເອກ
ບຸນປອນ ລົມພະຈັນ ແລະ ສະຫາຍ ພັນໂທ ບຸນທະວີ ລ້ວນບຸດສະດີ ແລະ ຕົກລົງຮັບຮອງເອົາເລຂາ, ຮອງເລຂາຄະນະບໍລິຫານງານພັກ, ປະ
ທານຄະນະກວດກາພັກ ແລະ ຮອງປະທານກວດກາພັກມີຄື ດັ່ງນີ້: ສະຫາຍ ພັນເອກ ຄໍາປານ ແພງພັນ ເປັນເລຂາຄະນະພັກ, ສະຫາຍ ພັນເອກ
ບຸນປອນ ລົມພະຈັນ ເປັນຮອງເລຂາ, ສະຫາຍ ພັນໂທ ບຸນທະວີ ລ້ວນບຸດສະດີ ເປັນປະທານຄະນະກວດກາພັກ, ສະຫາຍ ພັນຕີ ທອງໃບ ຄໍາສຸ
ວົງ ແລະ ສະຫາຍ ພັນຕີ ພອນສຸກ ຄໍາບຸນທອນ ເປັນຮອງປະທານກວດກາພັກ.

     ໂອກາດນີ້, ສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ເນັ້ນໜັກ ໃຫ້ຄະນະບໍລິຫານງານພັກ
ກອງພັນໃຫຍ່ລົດຕັງ-ຍານເກາະ ສະໄໝທີ II ຕ້ອງມີຄວາມຮັບຜິດຊອບສູງໃນການນໍາພາກໍ່ສ້າງກົມກອງ, ສ້າງແຜນງານນໍາພາແຕ່ລະໜ້າວຽກ,
ເຮັດໃຫ້ມະຕິນຳພາຂອງຄະນະພັກກາຍເປັນພຶດຕິກຳຕົວຈິງ ແລະ ມີການຫັນປ່ຽນອັນໃໝ່ ປະກອບສ່ວນສໍາຄັນເຂົ້າໃນການປັບປຸງກໍ່ສ້າງກອງທັບ
ປະຕິວັດແບບແຜນທັນສະໄໝ, ກໍ່ຄືກົມກອງຂອງຕົນ, ໂດຍສະເພາະແມ່ນການຮັບຜິດຊອບຄຸ້ມຄອງວັດຖຸ, ອຸປະກອນ ແລະ ພາຫະນະເຕັກນິກ
ທີ່ຮັບໃຊ້ວຽກງານວິຊາສະເພາະຂອງກົມກອງໃຫ້ດີ ແລະ ຮັບປະກັນຄວາມພ້ອມນໍາໃຊ້ໃນທຸກເວລາ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 13/03/2024